ຂ່າວສານຫຼ້າສຸດ
ອຸດສາຫະກຳໄຟຟ້າ ມີບາດກ້າວກະໂດດ 2020 ລາວອາດມີເຂື່ອນ 60 ແຫ່ງ
ການພັດທະນາອຸດສາຫະກຳພະລັງງານໄຟຟ້າຢູ່ປະເທດເຮົາໄລຍະຜ່ານມາໄດ້ດຳເນີນໄປຢ່າງຖືກຕ້ອງ, ມີການພັດທະນາເປັນລະບົບຄົບຊຸດ, ມີຜົນສຳເລັດເປັນພື້ນຖານຢ່າງໜັກແໜ້ນ ແລະ ມີບາດກ້າວກະໂດດເປັນທີ່ເພິ່ງພໍໃຈຊຶ່ງບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງປະເທດເຮົາ ຂະນະທີ່ຮອດປີ 2020 ລາວອາດມີເຂື່ອນ ທີ່ສາມາດຜະລິດໄຟຟ້າໄດ້ເຖິງ 60 ແຫ່ງແລະຄາດຈະສ້າງລາຍຮັບໃຫ້ປະເທດ ຊາດຫຼາຍກວ່າ 1 ຕື້ໂດລາສະຫະລັດຕໍ່ປີ ຊຶ່ງດຽວນີ້ີປະເທດມີແລ້ວເກືອບ 40 ແຫ່ງ. ເມື່ອວັນທີ 18 ມັງກອນຜ່ານມາ ສະຫາຍ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ…
ສປປ ລາວເປັນເຈົ້າພາບຄັ້ງທໍາອິດຈັດກອງຊຸມສາກົນຊັບພະຍາກອນນ້ຳ-ພະລັງງານໄຟຟ້າ
ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບອົງການວາລະສານສາກົນດ້ານເຂື່ອນໄຟຟ້ານ້ຳຕົກ (the lnternational Journal on Hydropower Dams) ຈັດກອງປະຊຸມສາກົນຄັ້ງທີ VI ກ່ຽວກັບຊັບພະຍາກອນນ້ຳ ແລະ ການພັດທະນາໄຟຟ້ານ້ຳພະລັງງານນໍ້າໃນອາຊີໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 1 ມີນາ 2016 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນໂດຍເປັນປະທານຂອງ ທ່ານ ດຣ ຄໍາມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ…
ໂຄງການເຂື່ອນໄຟຟ້ານ້ຳງື່ມ 2
ຕັ້ງຢູ່ ເມືອງຮົ່ມ, ແຂວງ ໄຊສົມບູນ, ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດເໜືອປະມານ 90 ກິໂລແມັດ ແລະ ຫ່າງຈາກເຂື່ອນນ້ຳງື່ມ 1 ປະມານ 35 ກິໂລແມັດ, ມີເນື້ອທີ່ອ່າງເກັບນ້ຳ 122 ກິໂລຕາແມັດ, ຕົວເຂື່ອນສູງ 181 ແມັດ, ໂຄງການມີກຳລັງຕິດຕັ້ງທັງໝົດ 615 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 2.300 ຈີກາວັດໂມງ/ປີ.
ໂຄງການເຂື່ອນໄຟຟ້າຂອງໄຊຍະບູລີ
ຕັ້ງຢູ່ທາງທິດຕາເວັນຕົກສຽງໃຕ້ຂອງເມືອງຫຼວງພະບາງປະມານ 80 ກິໂລແມັດ ແລະ ຫ່າງຈາກເມືອງໄຊຍະບູລີ ໄປທາງທິດຕາເວັນອອກປະມານ 35 ກິໂລແມັດ, ມີຄວາມສູງຂອງເຂື່ອນ: 28.5 ແມັດ, ມີຄວາມຍາວຂອງເຂື່ອນ: 820 ແມັດ, ການຜະລິດກະແສໄຟຟ້າສະເລ່ຍ: 7,370 ຈີກາວັດໂມງ/ປີ.
The Department of Energy Business (About DEB)
Department of Energy Business (DEB) of Laos functions as a governmental agency, which is organized under the hierarchy of the Ministry of Energy and Mines….